ທ່ອງທ່ຽວມາເລເຊຍ ເປີດໂຕ ເພັງ ປີການທ່ອງທ່ຽວມາເລເຊຍ 2020

ທ່ອງທ່ຽວມາເລເຊຍ ເປີດໂຕ ເພັງ ປີການທ່ອງທ່ຽວມາເລເຊຍ 2020

Price:

Read more





 ລັດຖະມົນຕີກະຊວງ ທ່ອງທ່ຽວ ສິນລະປະ ແລະ ວັດທະນາທໍາ ຂອງມາເລເຊຍ ທ່ານ Datuk Mohamaddin Ketapi ຮ່ວມເປີດໂຕ ເພັງປີການທ່ອງທ່ຽວມາເລເຊຍ ໃນວັນທີ 06 ກັນຍາ 2019.

 ເພັງປີການທ່ອງທ່ຽວ ພາຍໃຕ້ຊື່ “Visit Truly Asia – Malaysia” ເປັນເພັງ ທີ່ປະສົມປະສານ ສຽງດົນຕີພື້ນເມືອງ ຂອງປະເທດມາເລເຊຍ ສ່ອງແສງໃຫ້ເຫັນເຖິງ ຄວາມຮັ່ງມີທາງດ້ານ ວັດທະນາທໍາ ທີ່ຫຼາກຫຼາຍຂອງປະເທດ ມາເລເຊຍ ຊຶ່ງປະກອບໄປດ້ວຍ ກອງ, ຄຸຍໄມ້ໄຜ່, bungkau, table, sitar, erhu, tangyu ແລະ ອື່ນໆ ໂດຍບົ່ງບອກໃຫ້ຮູ້ເຖິງ ວັດທະນາທໍາທາງດ້ານດົນຕີ ຂອງປະເທດ ທີ່ມີຄວາມຫຼາກຫຼາຍ.

 ເນື້ອຫາຂອງເພງ ແມ່ນປິ່ນອ້ອມ ຄວາມສາມັກຄີ ແລະ ຄວາມຫວັງ ການຮ່ວມກັນເປັນໜຶ່ງດຽວ ແລະ ຄວາມອຸດົມມັ່ງຄັ່ງ ຂອງປະເທດມາເລເຊຍ. ຮ້ອງໂດຍນັກຮ້ອງທີ່ມີຊື່ສຽງ ຂອງປະເທດມາເລເຊຍ ທ່ານ Idayu. 

ທ່ານ Mohamaddin ກ່າວວ່າ ທ່ານ ມີຄວາມຫວັງ ກັບກິດຈະກໍາ ປີການທ່ອງທ່ຽວ ມາເລເຊຍ ຈະຊ່ວຍໃຫ້ ນັກທ່ອງທ່ຽວ ຮູ້ຈັກປະເທດມາເລເຊຍ ໃຫ້ຫຼາຍຂຶ້ນ ແລະ ເລືອກປະເທດມາເລເຊຍ ເປັນຈຸດໝາຍປາຍທາງ ແຫ່ງການທ່ອງທ່ຽວ.

ສໍາຫຼັບບັນດາທ່ານ ທີ່ຕ້ອງການ ຢາກໄປທ່ອງທ່ຽວ ປະເທດມາເລເຊຍ ສາມາດຕິດຕໍ່ພົວພັນ ອົງການທ່ອງທ່ຽວ ມາເລເຊຍ ປະຈໍາ ສປປ ລາວ ຫຼື ຈອງທົວ ກັບ ບໍລິສັດທ່ອງທ່ຽວ ມະນີຍົມ ໄດ້ທີ່ເບີ:
021560839
02022207369

ບໍ່ຄິດຫຍັງຫຼາຍ ໄປທ່ຽວມາເລເຊຍ ກັນດີກ່ວາ
Visit Truly Asia - Malaysia

#vm2020
#cuticutimalaysia


0 Reviews